ແຜ່ນດິນໄຫວທີ່ຕູຣະເກຍ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 5.434 ຄົນ
ສຳນັກຂ່າວຊິນຮວາລາຍງານ ໂດຍອ້າງລາຍງານຈາກອົງການຄຸ້ມຄອງໄພພິບັດ ແລະ ເຫດສຸກເສີນຂອງຕູຣະເກຍ ໃນວັນທີ 8 ກຸມພານີ້ວ່າ: ເຫດແຜ່ນ
ດິນໄຫວຮ້າຍແຮງທີ່ໄດ້ເກີດຂຶ້ນຢູ່ພາກໃຕ້ໃກ້ກັບຊາຍແດນຊີຣີ ໃນວັນທີ 6 ກຸມພາ ທີ່ຜ່ານມາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 5.434 ຄົນ ແລະ
ໄດ້ຮັບບາດເຈັບ 31.777 ຄົນ. ຕາມຕາມລາຍງານຂອງອົງການຄຸ້ມຄອງໄພພິບັດໂລກໃຫ້ຮູ້ວ່າ: ແຜ່ນດິນໄຫວທີ່ມີຄວາມແຮງ 7,7 ຣິກເຕີໄດ້ເກີດຂຶ້ນໃນ
ເວລາ 16:17 ໂມງຕາມເວລາທ້ອງຖິ່ນຢູ່ແຂວງກາຣາມາຣາ, ດ້ວຍຄວາມເລິກ 7 ກິໂລແມັດ. ທ່ານ ໂກຈາ ລັດຖະມົນຕີກະຊວງສາທາລະນະສຸກຕູຣະເກຍ
ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ສະພາບດິນຟ້າອາກາດໃນປັດຈຸບັນເຮັດໃຫ້ໜ່ວຍກູ້ໄພປະສົບກັບບັນຫາໃນການເຂົ້າຊ່ວຍເຫຼືອຜູ້ປະສົບໄພ, ແຕ່ບັນ
ດານັກກູ້ໄພຍັງເລັ່ງແຂ່ງກັບເວລາ ພື່ອ ຊອກຫາຜູ້ລອດຊີວິດ. ປັດຈຸບັນກອງທັບຕູຣະເກຍໄດ້ສົ່ງກຳລັງພົນໄປຍັງເຂດປະສົບໄພດັ່ງກ່າວອີກ 9 ໜ່ວຍ, ເຊິ່ງ
ລວມມີກຳລັງທະຫານຢູ່ເຂດປະສົບໄພທັງໝົດ 7.500 ຄົນ. ເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວດັ່ງກ່າວ, ລັດຖະບານຕູຣະເກຍໄດ້ປະ
ກາດການໄວ້ອາໄລແຫ່ງຊາດເປັນເວລາ 7 ວັນ ແລະ ປະກາດປິດໂຮງຮຽນທຸກຊັ້ນເປັນເວລາ 1 ອາທິດ. ຂ່າວໃຫ້ຮູ້ອີກວ່າ: ແຜ່ນດິນໄຫວດັ່ງກ່າວໄດ້ສົ່ງຜົນ
ກະທົບເຮັດໃຫ້ມີຊາວຊີຣີເສຍຊີວິດ 317 ຄົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/02/2023